ໄປບໍ່ - PAI BOR | EP1: ວັດໄຮຄຳ | wat HAI KHAM
EP ທຳອິດ ເຮົາຈະມາທຳຄວາມຮູ້ຈັກກັບ ວັດໄຮຄຳ ເຊິ່ງເປັນວັດທີ່ຄົນໃນນະຄອນຫຼວງວຽງຈັນ ມັກໄປພັກຜ່່ອນ - ທຳບຸນ ໃນວັນພັກ, ຄິດຫຍັງບໍ່ອອກ, ມາທຳບຸນ ປ່ອຍນົກ ປ່ອຍປາ ຢູ່ນີ້ໄດ້, ສາມາດເບິ່ງລາຍລະອຽດ ແລະ ບັນຍາກາດໄດ້ໃນວີດີໂອ.
PAI-BOR
ລາຍການ ໄປບໍ່ EP1: ວັດໄຮຄຳ ເຊິ່ງເປັນວັດທີ່ແນະນຳ ເປັນບ່ອນໄປພັກຜ່ອນ ໃນວັນເສົາ-ອາທິດ ຫຼື ວັນທຳມະດາກະໄດ້, ເໝາະສຳລັບຄົນມັກມາທຳບຸນ, ປ່ອນນົກ ປ່ອຍປາ, ເກືອປາ ຫຼື ນັ່ງຫຼີ້ນ ຄິດຫຍັງບໍ່ອອກສາມາດໄປທ່ຽວຊົມໄດ້
ກົດຕິດຕາມ ລາຍລະອຽດການອັບເດດ ແລະ ການເຄື່ອນໃຫວໄດ້ທີ່ Facebook page: ໄປບໍ່ - PAI BOR ?
ລາຍການໄປບໍ່ ? ຂອງພວກເຮົາ ຈະເນັ້ນແນະນຳໄປສະຖານທີ່ ທີ່ຄົນເຂົ້າເຖິງງ່າຍ, ການໄປ-ມາສະດວກສະບາຍ ສາມາດໄປໄດ້ທຸກເພດທຸກໄວ ທັງເດັກນ້ອຍໄປຈົນຮອດຜູ້ເຖົ້າ, ຄິດຫຍັງບໍ່ອອກ ມາເບິ່ງເຮົາໄດ້ ເຮົາມີສະຖານທີ່ຫຼາຍໆບ່ອນທີ່ຈະແນະນຳ ແລະ ອັບເດດໃໝ່ໆໃຫ້ຮູ້ ວ່າປະຈຸບັນສະຖານທີ່ນັ້ນໆ ພັດທະນາໄປຮອດໃສແລ້ວ ສາມາດກົດຕິດຕາມ ເພື່ອເປັນກຳລັງໃຈ ໃຫ້ແກ່ພວກເຮົາໃດ້ເຮັດຄິບດີດີອອກມາໃຫ້ເບິ່ງໄດ້.
PAI BOR EP1: ວັດໄຮຄຳ | wat HAI KHAM
